ການກະເຈີງແສງແບບເຣລີ
ການກະເຈີງ (ຫຼື ການແຜ່ກະຈາຍ) ຂອງແສງ ຫຼື ລັງສີແມ່ເຫຼັກໄຟຟ້າອື່ນໆ ທີ່ເກີດຂຶ້ນຫຼັງຈາກຕົກກະທົບໂມເລກຸນອາກາດ ຫຼື ອະນຸພາກນ້ອຍໆທີ່ມີສົມມາດທັງກົມລອຍຢູ່ ເຊິ່ງມີເສັ້ນຜ່າສູນກາງຫນ້ອຍກວ່າຫນຶ່ງສ່ວນສິບຂອງຄວາມຍາວຄື້ນຂອງລັງສີທີ່ຕົກກະທົບ. ການກະເຈີງນີ້ເປັນສາເຫດຂອງສີຟ້າຂອງທ້ອງຟ້າ. ຄວາມເຂັ້ມຂອງລັງສີກະຈາຍທີ່ອອກຈາກຊັ້ນບັນຍາກາດແປຜັນກົງກັນຂ້າມກັບກຳລັງສີ່ຂອງຄວາມຍາວຄື້ນ ຕາມກົດທີ່ນັກຟິຊິກຊາວອັງກິດ ແລະ ຂຸນນາງ ຈອນ ວິນລຽມ ສຕຣັດ (1842-1919) ທີ່ຮູ້ຈັກດີໃນນາມ ລອດ ເຣລີ ໄດ້ສະເຫນີໃນປີ 1871. ທີ່ເຮົາເຫັນທ້ອງຟ້າແຈ່ມໃສເປັນສີຟ້າ ແທນທີ່ຈະເປັນສີແດງ ຫຼື ສີອື່ນໆຂອງສະເປກຕຣັມທີ່ເຫັນໄດ້ ກໍເພາະຕາມກົດນັ້ນ ສີທີ່ມີຄວາມຍາວຄື້ນສັ້ນກວ່າ (ສີຟ້າ ແລະ ສີມ່ວງ) ກະເຈີງຮຸນແຮງກວ່າສີທີ່ມີຄວາມຍາວຄື້ນຍາວກວ່າ (ສີແດງ ແລະ ສີສົ້ມ).