ຄຣາຍໂອສເຟຍ (ຊັ້ນນໍ້າແຂງ)
ອົງປະກອບຂອງລະບົບພູມອາກາດທີ່ຄອບຄຸມນໍ້າທັງຫມົດທີ່ຢູ່ໃນສະພາບແຂງເທິງໂລກ ບໍ່ວ່າຈະຢູ່ເທິງ ຫຼື ໃຕ້ພື້ນຜິວໂລກ ທັງໃນເຂດທະວີບ ແລະ ເຂດທະເລ. ມັນລວມເຖິງນໍ້າແຂງໃນທະເລ ທະເລສາບ ແລະ ແມ່ນໍ້າ ຫິມະທີ່ສະສົມເທິງແຜ່ນດິນ ທາຣານນໍ້າແຂງ ແຜ່ນນໍ້າແຂງຂະຫນາດໃຫຍ່ (ແອນຕາກຕິກາ, ກຣີນແລນ) ແລະ ດິນທີ່ຖືກແຊ່ແຂງຊົ່ວຄາວ ຫຼື ຖາວອນ (ເພີມາຟຣອສຕ໌). ຄຣາຍໂອສເຟຍມີບົດບາດສໍາຄັນຕໍ່ພູມອາກາດຂອງໂລກ ແລະ ເປັນກຸນແຈຕໍ່ການວິວັດທະນາການໃນອະນາຄົດຂອງໂລກຮ້ອນ. ພະລັງການສະທ້ອນແສງສູງຂອງຫິມະ ແລະ ນໍ້າແຂງ (ເຖິງ 90% ຂອງລັງສີດວງອາທິດທີ່ຕົກກະທົບ) ເປັນຕົວຄວບຄຸມຕາມທໍາມະຊາດຂອງອຸນຫະພູມສະເລ່ຍຂອງໂລກ. ພື້ນທີ່ນໍ້າແຂງທີ່ນ້ອຍລົງຫມາຍເຖິງການດູດຊັບຄວາມຮ້ອນເທິງໂລກຫຼາຍຂຶ້ນ ເຮັດໃຫ້ອຸນຫະພູມເພີ່ມຂຶ້ນຕາມມາ.