ຝົນກົດ
ຝົນທີ່ຢອດນ້ຳມີກົດລະລາຍຢູ່ ເປັນຜົນມາຈາກການລວມຕົວທາງເຄມີຂອງນ້ຳກັບແກັສມົນລະພິດທີ່ມີຢູ່ໃນອາກາດ. ດັ່ງນັ້ນ ຝົນກົດຈຶ່ງເປັນຜົນຂອງມົນລະພິດທາງບັນຍາກາດ. ມັນອາດເກີດຈາກສາເຫດທຳມະຊາດ (ພູເຂົາໄຟລະເບີດ) ແລະ ຈາກກິດຈະກຳຂອງມະນຸດ (ການປ່ອຍມົນລະພິດສູ່ບັນຍາກາດ). ທັງໄນໂຕຣເຈນອອກໄຊ (NOx) ແລະ ແກັສທີ່ມີຊູນຟູຣຕ່າງໆ ທີ່ມາຈາກການເຜົາຖ່ານຫີນ ແລະ ເຊື້ອໄຟຟອດຊິວອື່ນໆ ເມື່ອທຳປະຕິກິລິຍາກັບໄອນ້ຳທີ່ມີຢູ່ໃນບັນຍາກາດ ຈະເກີດເປັນກົດຕ່າງໆ ເຊັ່ນ ກົດໄນຕຣິກ (HNO3), ກົດຊູນຟູຣິກ (H2 SO4), ຫຼື ກົດຊູນຟູຣັສ (H2 SO3) ເຊິ່ງໄປຮວມຢູ່ໃນຢອດເມກ ແລະ ຈາກນັ້ນເຂົ້າໄປໃນອຸທົກມິຕິຕ່າງໆທີ່ເກີດຂຶ້ນພາຍໃນເມກ. ເມື່ອຝົນ (ຫຼື ຫິມະ) ກົດຕົກລົງສູ່ໜ້າດິນ ສານເຄມີເຫຼົ່ານີ້ກໍ່ຕົກຄ້າງຢູ່ເທິງນັ້ນ ກໍ່ໃຫ້ເກີດຜົນເສຍຫາຍຕໍ່ພືດພັນ ແລະ ເຮັດໃຫ້ດິນ ແລະ ນ້ຳເປັນກົດ.