ຜີກະສື (ໄຟຜີ)
ປະກົດການເຫຼື້ອມແສງທີ່ເກີດຈາກການເກີດອອກຊິເດຊັນຂອງແກັສບາງຊະນິດ ເຊັ່ນ ມີເທນ (CH4) ຫຼື ຟອສຟີນ (PH3) ທີ່ມາຈາກການເນົ່າເປື່ອຍຂອງສານອິນຊີ. ລັກສະນະຂອງມັນແມ່ນເປັນເປວໄຟນ້ອຍໆ ປ່ອຍແສງສະຫວ່າງຈາງໆ ເຊິ່ງສີຂອງມັນແຕກຕ່າງກັນຕາມລັກສະນະຂອງສານທີ່ກຳລັງເນົ່າເປື່ອຍ. ໄຟຜີເຫັນໄດ້ສະເພາະໃນຕອນກາງຄືນ ຫຼື ຕອນພະຍັບແສງ ເມື່ອຄວາມສະຫວ່າງຂອງສິ່ງແວດລ້ອມຕ່ຳ ແລະ ເຄື່ອນທີ່ໃນອາກາດເໜືອເຂດໜອງບຶງເປັນສ່ວນໃຫຍ່ ແລະ ຢູ່ລະດັບພື້ນດິນໃນສຸສານ. ການສັງເກດເຫັນມັນໃນສະຖານທີ່ສຸດທ້າຍເຫຼົ່ານີ້ ໄດ້ເສີມຄວາມເຊື່ອວ່າມັນເປັນດວງວິນຍານຂອງຜູ້ຕາຍ ໂດຍຍັງມີຫຼາຍຄົນຍຶດຖືຄວາມຄິດທີ່ບໍ່ມີເຫດຜົນວ່ານີ້ເປັນປະກົດການເໜືອທຳມະຊາດ.