ໂລກຮ້ອນ

ສຳນວນທີ່ໃຊ້ແພ່ຫຼາຍໃນປັດຈຸບັນ ໝາຍເຖິງການເພີ່ມຂຶ້ນຂອງອຸນຫະພູມອາກາດສະເລ່ຍທີ່ພື້ນຜິວໂລກໃນຍຸກທີ່ມີເຄື່ອງມືວັດ (ນັບແຕ່ກາງສັດຕະວັດທີ 19). ການເພີ່ມຂຶ້ນນັ້ນສ່ວນໃຫຍ່ເກີດຈາກຄວາມເຂັ້ມຂຸ້ນຂອງແກັສເຮືອນແກ້ວໃນບັນຍາກາດທີ່ເພີ່ມຂຶ້ນ ເຊິ່ງເປັນຜົນມາຈາກການປ່ອຍມົນລະພິດຈາກການເຜົາເຊື້ອໄຟຟອດຊິລຈຳນວນຫຼວງຫຼາຍ. ບາງຄັ້ງ ສຳນວນນີ້ຖືກໃຊ້ເປັນຄຳພ້ອງຄວາມຂອງການປ່ຽນແປງພູມອາກາດ ແລະ ການປ່ຽນແປງທົ່ວໂລກ.

ຄຳສັບທີ່ກ່ຽວຂ້ອງ: ກາກບອນໄດອອກໄຊ (CO2)