ເນເຟເລ

ຊື່ທີ່ເອີ້ນເທບທິດາແຫ່ງເມກໃນເທບນິຍາຍກຣີກ. ເທບອົງນີ້ບໍ່ຄວນສັບສົນກັບນາງໄມ້ຂອງເມກ ແລະ ຝົນ ທີ່ເອີ້ນວ່າ ເນເຟໄລ (nephelai) ໃນກຣີກໂບຮານ. ສິ່ງມີຊີວິດໃນເທບນິຍາຍເຫຼົ່ານີ້ເປັນສ່ວນໜຶ່ງຂອງໂອຊີນິດ (Oceanids) ຄືລູກສາວຂອງໄທທັນ ໂອເຊຍນັສ ແລະ ເທທິສ. ອາຣິສໂຕຟານີສ ( ca. 450-385 ກ່ອນ ຄ.ສ.) ໄດ້ວາງນາງໄມ້ເຫຼົ່ານີ້ໄວ້ໃນອີເທີ (Aether) ຄືເຂດເທິງ ທີ່ຢູ່ເໜືອບັນຍາກາດ ແລະ ຢູ່ລຸ່ມທ້ອງຟ້າ.