ຄ່າຄົງທີ່ຂອງດວງອາທິດ
ຄ່າຕົວເລກທາງທິດສະດີທີ່ໄດ້ຈາກການຄິດໄລ່ປະລິມານລັງສີດວງອາທິດທີ່ຕົກກະທົບໃນຫນຶ່ງຫົວຫນ່ວຍເວລາ ໃສ່ພື້ນຜິວຂະຫນາດຫນຶ່ງຕາລາງແມັດທີ່ຕັ້ງສາກກັບຟລັກສ໌ລັງສີ ແລະ ຕັ້ງຢູ່ຂອບນອກສຸດຂອງຊັ້ນບັນຍາກາດ ໂດຍໂລກຢູ່ໃນໄລຍະຫ່າງສະເລ່ຍຈາກດວງອາທິດ (149.6 ລ້ານກິໂລແມັດ). ການວັດແທກຈາກດາວທຽມຢືນຢັນວ່າລັງສີຈາກດວງອາທິດປ່ຽນແປງເລັກນ້ອຍຕາມເວລາ ດັ່ງນັ້ນ “ຄ່າຄົງທີ່” ດັ່ງກ່າວຈຶ່ງເປັນຄ່າສະເລ່ຍ ເທົ່າກັບ 1367 W/m2. ໃນຕໍາລາອຸຕຸນິຍົມວິທະຍາສ່ວນໃຫຍ່ ຄ່ານີ້ຖືກແທນດ້ວຍຕົວອັກສອນ S.