ເດືອນສີຟ້າ
ຊື່ທີ່ຜູ້ເວົ້າພາສາອັງກິດໃຊ້ເອີ້ນເດືອນເພັງເທື່ອທີສອງທີ່ເກີດຂຶ້ນພາຍໃນເດືອນດຽວກັນ ເຊິ່ງເກີດຂຶ້ນທຸກໆສອງປີເຄິ່ງ ໂດຍສະເລ່ຍ. ຊື່ນີ້ຍັງໃຊ້ເອີ້ນເດືອນທີ່ມີສີອອກຟ້າ ຫຼື ຂຽວ ທີ່ສັງເກດເຫັນເມື່ອເກີດພູເຂົາໄຟລະເບີດຂະໜາດໃຫຍ່ເທິງໂລກ. ການປ່ອຍອະນຸພາກລະອຽດຫຼາຍຈຳນວນມະຫາສານເຂົ້າສູ່ຊັ້ນບັນຍາກາດເທິງ ເຮັດໃຫ້ສ່ວນຂອງແສງເດືອນທີ່ມີຄວາມຍາວຄື້ນຍາວກວ່າ (ແດງ, ສົ້ມ, ເຫຼືອງ) ອ່ອນລົງ ແລະ ເສີມສີທີ່ມີຄວາມຍາວຄື້ນສັ້ນກວ່າ (ຂຽວ, ຟ້າ, ມ່ວງ). ມັນເປັນປາກົດການທາງແສງທີ່ຄ້າຍກັບທີ່ເຫັນໃນຄວັນຢາສູບ ເຊິ່ງສີອອກຟ້າຂອງມັນເປັນຜົນຂອງການກະແຈກກະຈາຍແບບເລືອກຂອງແສງທີ່ສະທ້ອນຈາກອະນຸພາກທີ່ປະກອບເປັນຄວັນດັ່ງກ່າວ.