ໄຕ້ຝຸ່ນ
ຊື່ສາມັນທີ່ໃຊ້ເອີ້ນພາຍຸໄຊໂຄລນເຂດຮ້ອນທີ່ກໍ່ຕົວຂຶ້ນໃນພາກຕາເວັນຕົກຂອງມະຫາສະໝຸດປາຊີຟິກເໜືອ. ໃນບັນດາເຂດທີ່ມີຄົນອາໄສຢູ່ ທີ່ຖືກໄຕ້ຝຸ່ນພັດຜ່ານເປັນປະຈຳມີ ຍີ່ປຸ່ນ, ຟີລິບປີນ, ໄຕ້ຫວັນ, ຝັ່ງທະເລຂອງຈີນ ແລະ ໄມໂຄຣເນເຊຍ. ໃນເທບນິຍາຍກຣີກ ໄທຟອນເປັນລູກຊາຍຄົນສຸດທ້າຍຂອງໄກອາ (ເທບີມານດາແຫ່ງແຜ່ນດິນໂລກ) ທີ່ນາງເກີດກັບທາຣທາຣັສ (ເທບແຫ່ງບາດານ). ຊື່ຂອງລາວມາຈາກຄຳກຣີກບູຮານ Typhos ແປວ່າ “ຄວັນ.” ຄຳນີ້ - ທີ່ຖືກປ່ຽນເປັນລາຕິນວ່າ typhon - ໄດ້ມີອິດທິພົນຕໍ່ຄຳເປີເຊຍຄຳໜຶ່ງ ເຊິ່ງເກີດຮູບແບບໂບຮານຫຼາຍຢ່າງຕາມມາ ທັງໃນພາສາຈີນ (tai fung), ແລະ ພາສາອູດູ (t.ūfān) ເຊິ່ງເປັນຊື່ເອີ້ນປະກົດການທາງອຸຕຸນິຍົມນີ້.
ຄຳສັບທີ່ກ່ຽວຂ້ອງ: ພາຍຸໝູນເຂດຮ້ອນ