ຄື້ນຊັດ
ຄື້ນທີ່ແຜ່ອອກໄປນອກພື້ນທີ່ທີ່ມັນເກີດຂຶ້ນ. ດັ່ງນັ້ນ ຄື້ນຊັດຈຶ່ງບໍ່ໄດ້ເກີດຈາກລົມໃນທ້ອງຖິ່ນ ແຕ່ເກີດຈາກລະບົບຄວາມກົດອາກາດຕ່ຳທີ່ຢູ່ໄກພໍສົມຄວນ. ຂະບວນຄື້ນເຫຼົ່ານີ້ສາມາດແຜ່ໄປໄດ້ໄກເຖິງຫຼາຍພັນກິໂລແມັດ. ຄື້ນຊັດແຕກຕ່າງຈາກຄື້ນລົມຄື ມີຈັງຫວະຄື້ນທີ່ສະໝ່ຳສະເໝີກວ່າ ແລະ ຄື້ນມີໄລຍະຫ່າງກວ້າງກວ່າຫຼາຍ ແລະ ມີລັກສະນະມົນກວ່າ.
ຄຳສັບທີ່ກ່ຽວຂ້ອງ: ໄລຍະລົມພັດ (Fetch)