ມິນລິບາ

ຫົວໜ່ວຍຄວາມກົດດັນທີ່ເທົ່າກັບ 1000 ບາຣີ (baryes). ບາຣີ (bar) ແມ່ນຫົວໜ່ວຍຄວາມກົດດັນໃນລະບົບ CGS (ເຊັນຕິແມັດ-ກຣາມ-ວິນາທີ). ຕາມນິຍາມ ໜຶ່ງບາຣີເທົ່າກັບຄວາມກົດດັນທີ່ເກີດຈາກແຮງໜຶ່ງໄດນ໌ (1 dyn) ທີ່ກະທຳຕໍ່ພື້ນທີ່ໜຶ່ງຕາລາງເຊັນຕິແມັດ (1 ບາຣີ = 1 dyn/cm2). ໜຶ່ງບາຣີແມ່ນໜຶ່ງໃນລ້ານຂອງບາ (bar) ເຊິ່ງເທົ່າກັບໜຶ່ງສ່ວນສິບຂອງປາສະກາລ (Pa) ທີ່ເປັນຫົວໜ່ວຍຄວາມກົດດັນໃນລະບົບສາກົນ (SI). ຈາກທີ່ກ່າວມາຂ້າງເທິງ ສະຫຼຸບໄດ້ວ່າ ໜຶ່ງມິນລິບາ (1 mb) ເທົ່າກັບໜຶ່ງເຮັກໂຕປາສະກາລ (1 hPa) [ໜຶ່ງຮ້ອຍປາສະກາລ]. ຄວາມເທົ່າກັນນີ້ (1 mb = 1 hPa) ໝາຍຄວາມວ່າຄ່າເສັ້ນໄອໂຊບາເທິງແຜນທີ່ພື້ນຜິວສາມາດສະແດງເປັນມິນລິບາ ຫຼື ເຮັກໂຕປາສະກາລກໍໄດ້ຢ່າງບໍ່ແຕກຕ່າງກັນ. ການຮັບເອົາ SI ແທນ CGS ຢ່າງຄ່ອຍເປັນຄ່ອຍໄປ ເຮັດໃຫ້ເຮັກໂຕປາສະກາລຖືກນຳໃຊ້ຫຼາຍຂຶ້ນກວ່າມິນລິບາ ແລະ ມິນລິບາກໍຄ່ອຍໆເລີກນິຍົມໃຊ້.