ສີເມກເຫຼື້ອມພາຍ

ປະກົດການທາງແສງທີ່ປະກອບດ້ວຍຊຸດສີທີ່ປາກົດໃນເມກຊັ້ນສູງ ແລະ ຊັ້ນກາງ ທີ່ຢູ່ຫ່າງຈາກດວງອາທິດໃນມຸມນ້ອຍໆ. ໃນສ່ວນໃຫຍ່ ມັນເກີດຈາກການເລ້ຍວເບນຂອງແສງ. ມັນສາມາດປາກົດດ້ວຍສີທີ່ປົນກັນ ຫຼື ເປັນແຖບເກືອບຂະໜານກັບຂອບເມກ ເຊິ່ງສີຂຽວ ແລະ ສີບົວແບບພາສເທວເດັ່ນ. ຄວາມໃກ້ຂອງແຜ່ນດວງອາທິດ (ແຫຼ່ງແສງ) ກັບເມກທີ່ມີສີເຫຼື້ອມພາຍ ເຮັດໃຫ້ສັງເກດຍາກ. ການໃສ່ແວ່ນຕາກັນແດດແບບໂພລາໄຣຊ໌ ຊ່ວຍໃຫ້ເຫັນມັນໄດ້ຢ່າງຊັດເຈນ.