ພາຍຸຟ້າຮ້ອງແຫ້ງ

ພາຍຸຟ້າຮ້ອງທີ່ມີຝົນຕົກໜ້ອຍຫຼາຍ ຫຼື ບໍ່ມີເລີຍ. ພາຍຸປະເພດນີ້ສ່ວນໃຫຍ່ເກີດຂຶ້ນໃນສະຖານທີ່ທີ່ມີຄວາມແຫ້ງແລ້ງຂອງສະພາບແວດລ້ອມຫຼາຍ, ເມື່ອອາກາດທີ່ຢູ່ລະຫວ່າງຖານຂອງເມກພາຍຸ ແລະ ພື້ນຜິວໂລກມີເນື້ອໃນຄວາມຊື້ນຕ່ຳ, ຈົນມ່ານຝົນ ຫຼື ລູກເຫັບລະເຫີຍໝົດກ່ອນຈະຕົກເຖິງພື້ນດິນ, ຫຼື ຢ່າງຫຼາຍກໍ່ມີເມັດນ້ຳເລັກນ້ອຍຕົກລົງມາ, ດັ່ງທີ່ມັກເວົ້າກັນທົ່ວໄປ.