ອັນເບໂດ
ອັດຕາສ່ວນລະຫວ່າງລັງສີແສງ (ໂດຍປົກກະຕິແມ່ນແສງຕາເວັນ) ທີ່ສະທ້ອນໂດຍພື້ນຜິວ ກັບລັງສີທີ່ຕົກກະທົບໃສ່ມັນ. ໂດຍທົ່ວໄປສະແດງເປັນເປີເຊັນ (%) ແລະ ເຮັດໃຫ້ຮູ້ກຳລັງການສະທ້ອນຂອງພື້ນຜິວນັ້ນ. ອັນເບໂດຂຶ້ນຢູ່ກັບສາມປັດໄຈຫຼັກ: ລັກສະນະຂອງພື້ນຜິວສະທ້ອນ, ມູມທີ່ແສງຕາເວັນຕົກກະທົບ ແລະ ຄວາມຍາວຄື່ນຂອງລັງສີທີ່ຕົກກະທົບ. ໃນຂະນະທີ່ອັນເບໂດຂອງຫິມະສົດທີ່ຫາກໍ່ຕົກສູງເຖິງ 85%, ເປີເຊັນຈະຫຼຸດລົງເປັນ 25% ໃນກໍລະນີຫຍ້າ, ລະຫວ່າງ 10 ຫາ 25% ໃນດິນແຫ້ງແລ້ງ, ເປັນ 10% ໃນດິນປຽກ, ແລະ ພຽງ 5 ຫາ 10% ສຳລັບເຮືອນຍອດໄມ້ຂອງປ່າໄມ້ ຫຼື ປ່າດົງດິບ.