ຄວາມດັນ
ປະລິມານທາງກາຍະພາບແບບສະກາລາ ທີ່ນິຍາມເປັນແຮງທີ່ກະທຳຕໍ່ໜຶ່ງໜ່ວຍພື້ນທີ່ຜິວ. ມັນວັດຜົນກະທົບໃນການເຮັດໃຫ້ເສຍຮູບ (ການອັດ ແລະ ການຂະຫຍາຍໃນກໍລະນີຂອງໄຫຼເຊັ່ນອາກາດ) ຫຼື ຄວາມສາມາດໃນການເຈາະທະລຸຂອງແຮງ. ໜ່ວຍທີ່ໃຊ້ສະແດງໃນລະບົບສາກົນແມ່ນປາສກາລ (Pa) ເຊິ່ງເທົ່າກັບຄວາມດັນທີ່ເກີດຈາກແຮງໜຶ່ງນິວຕັນ (N) ກະທຳຕໍ່ໜຶ່ງຕາແມັດ (m2) [1 Pa = 1 N/m2]. ຄວາມດັນບັນຍາກາດເປັນໜຶ່ງໃນຕົວແປທາງອຸຕຸນິຍົມວິທະຍາທີ່ສຳຄັນທີ່ສຸດ.