ກຸ່ມຄວັນມົນລະພິດ (plume)

ເສົາຂອງແກັສ ແລະ ອະນຸພາກແຂງ ແລະ/ຫຼື ຂອງແຫຼວ ໂດຍປົກກະຕິເປັນມົນລະພິດ ທີ່ປ່ອຍອອກສູ່ຊັ້ນບັນຍາກາດຈາກປ່ອງໄຟ ຫຼື ຈາກແຫຼ່ງກຳເນີດຈຸດອື່ນໃດ. ແຫຼ່ງປ່ອຍອາດເປັນທຳມະຊາດ (ພູເຂົາໄຟ, ໄຟປ່າ...) ຫຼື ຈາກກິດຈະກຳຂອງມະນຸດ (ໄຟໄໝ້ອາຄານ, ການເຜົາຕໍຂ້າວ, ຫໍຫຼໍ່ເຢັນຂອງໂຮງໄຟຟ້າພະລັງງານຄວາມຮ້ອນ...). ຮູບຮ່າງຂອງກຸ່ມຄວັນຂຶ້ນກັບສະພາບອຸຕຸນິຍົມວິທະຍາທ້ອງຖິ່ນ ໂດຍສະເພາະລະດັບຄວາມສະຖຽນ ຫຼື ຄວາມບໍ່ສະຖຽນຂອງຊັ້ນບັນຍາກາດ.