ປາສການ (Pa)

ຫົວໜ່ວຍຂອງຄວາມກົດດັນໃນລະບົບສາກົນ. ເທົ່າກັບຄວາມກົດດັນທີ່ເກີດຈາກແຮງໜຶ່ງນິວຕັນ (1 N) ທີ່ກະທຳຢ່າງສະໝ່ຳສະເໝີ ແລະ ຕັ້ງສາກຕໍ່ພື້ນທີ່ໜຶ່ງຕາແມັດ. ທາງຄະນິດສາດ ສະແດງເປັນ: 1 Pa = 1 N/m2. ໃນອຸຕຸນິຍົມວິທະຍາ ຄວາມກົດອາກາດສະແດງເປັນເຮັກໂຕປາສການ (hPa). ຫົວໜ່ວຍນີ້ຕັ້ງຊື່ເພື່ອໃຫ້ກຽດນັກວິທະຍາສາດຝຣັ່ງ ບລາຍ ປາສການ (1623-1662) ຜູ້ທີ່ໃນບັນດາຜົນງານຫຼາຍຢ່າງດ້ານຄະນິດສາດ ແລະ ປະຫວັດສາດທຳມະຊາດ ມີຊື່ສຽງຈາກການສຶກສາກ່ຽວກັບຄວາມກົດດັນທີ່ເກີດຈາກຂອງໄຫຼ. ລາວເປັນຄົນທຳອິດທີ່ພິສູດວ່າຄວາມກົດອາກາດຫຼຸດລົງຕາມລະດັບຄວາມສູງ.

ຄຳສັບທີ່ກ່ຽວຂ້ອງ: ເຮັກໂຕປາສຄານ (hPa)