ຜົນກະທົບມັກນັສ
ຜົນກະທົບທີ່ຮູ້ຈັກດີໃນພົນລະສາດຂອງໄຫຼ ເຊິ່ງປາກົດໃນຊັ້ນບັນຍາກາດກັບວັດຖຸໃດໆທີ່ໝຸນແລະເຄື່ອນທີ່ຜ່ານອາກາດ ເຮັດໃຫ້ເສັ້ນທາງການເຄື່ອນທີ່ຂອງມັນເບີ່ຍງເບນ. ມັນຖືກອະທິບາຍເປັນຄັ້ງທໍາອິດໃນປີ 1853 ໂດຍນັກຟິຊິກສາດ ແລະ ນັກເຄມີຊາວເຢຍລະມັນ ໄຮນຣິກ ກັສຕາວ ມັກນັສ (1802-1870) ເຊິ່ງເປັນທີ່ມາຂອງຊື່ນີ້. ເສັ້ນທາງທີ່ເບິ່ງຄືເປັນໄປບໍ່ໄດ້ທີ່ບານເຕະ ຫຼື ລູກເທັນນິດບາງຄັ້ງໄປຕາມໃນເວລາແຂ່ງຂັນ ເປັນຕົວຢ່າງທີ່ດີຂອງວິທີທີ່ຜົນກະທົບນີ້ເຮັດວຽກ.