ມາດຕາຟາເຣນຮາຍ
ມາດຕາອຸນຫະພູມທີ່ນັກຟີຊິກຊາວໂຮນແລນເກີດໃນໂປແລນ ແລະເປັນຜູ້ຜະລິດເຄື່ອງມືແກ້ວ ດານຽນ ກາບຣຽນ ຟາເຣນຮາຍ (1686-1736) ສະເໜີໃນປີ 1724 ເຊິ່ງຈຸດເຄືອກແຂງແລະຈຸດເດືອດຂອງນ້ຳ ພາຍໃຕ້ເງື່ອນໄຂປົກກະຕິ ກົງກັບຄ່າ 32 ແລະ 212 ຕາມລຳດັບ ທັງສອງສະແດງເປັນອົງສາຟາເຣນຮາຍ (°F) ເຊິ່ງເປັນໜ່ວຍຂອງມາດຕານີ້. ເພື່ອຫາອຸນຫະພູມເປັນອົງສາເຊວຊຽດ [t (°C)] ຈາກຄ່າທຽບເທົ່າເປັນຟາເຣນຮາຍ [t (°F)] ຫຼື ກົງກັນຂ້າມ ຕ້ອງໃຊ້ສູດແປງຕໍ່ໄປນີ້: t (°C) = [t (°F) – 32] / 1.8; t (°F) = 1.8 · t (°C) + 32. ສະຫະລັດອາເມຣິກາເປັນໜຶ່ງໃນບໍ່ຫຼາຍປະເທດໃນໂລກທີ່ຍັງໃຊ້ມາດຕານີ້ຢູ່.
ຄຳສັບທີ່ກ່ຽວຂ້ອງ: ອຸນຫະພູມ