ໂຄໂຣນາ (ຂອງດວງອາທິດ ແລະ ດວງຈັນ)
ປະກົດການທາງແສງໃນຊັ້ນບັນຍາກາດທີ່ເກີດຈາກການເລີ້ວລຽວຂອງແສງ ປະກອບດ້ວຍວົງແຫວນສີຫຼາຍວົງ - ບໍ່ຄ່ອຍເກີນສາມວົງ - ອ້ອມຮອບດວງອາທິດ ຫຼື ດວງຈັນ ໂດຍຈັດເປັນວົງຊ້ອນສູນກາງອ້ອມມັນ. ຄວາມເຂັ້ມຂອງສີແປຜັນກົງກັບຄວາມສະເຫມີກັນຂອງຂະຫນາດຂອງຢອດນໍ້ານ້ອຍໆທີ່ເຮັດໃຫ້ແສງເລີ້ວລຽວ ໃນຂະນະທີ່ລັດສະຫມີຂອງໂຄໂຣນາແປຜັນກົງກັນຂ້າມກັບຂະຫນາດດັ່ງກ່າວ. ສ່ວນໃນຂອງໂຟໂຕມີທີໂອຣ໌ນີ້ເອີ້ນວ່າ ອໍຣີໂອລ໌. ຊັ້ນນອກສຸດຂອງດວງອາທິດ ທີ່ປະກອບດ້ວຍພລາສມາ ມີອຸນຫະພູມປະມານຫນຶ່ງລ້ານອົງສາເຊວຊຽດ ກໍເອີ້ນວ່າໂຄໂຣນາຂອງດວງອາທິດ ເຊັ່ນກັນ. ເບິ່ງ ເພີ່ມເຕີມ ພາຍຸສຸລິຍະ.
ຄຳສັບທີ່ກ່ຽວຂ້ອງ: ພະຍຸສຸລິຍະ