ວົງຈອນຄາບອນ
ວົງຈອນທຳມະຊາດທີ່ສຳຄັນທີ່ເກີດຂຶ້ນເທິງໂລກ ແລະ ກວມເອົາການໄຫຼທັງໝົດຂອງຄາບອນລະຫວ່າງບ່ອນເກັບຮັກສາຕ່າງໆຂອງສານປະກອບຕ່າງໆທີ່ມີມັນ ແລະ ແຕ່ລະສ່ວນປະກອບທີ່ແຕກຕ່າງກັນຂອງລະບົບພູມອາກາດ (ຊັ້ນບັນຍາກາດ ນ້ຳພື້ນຜິວໂລກ ນ້ຳກ້ອນແລະຫິມະ ຊີວະມັນດົນ ແລະ ຊັ້ນຫີນ). ການປ່ອຍສານປະກອບຄາບອນເຂົ້າສູ່ຊັ້ນບັນຍາກາດຈາກການເຜົາໄໝ້ເຊື້ອເພີງຟອດຊິລ ກຳລັງປ່ຽນແປງວົງຈອນທຳມະຊາດນີ້ ເຊິ່ງສະແດງອອກໃນການປ່ຽນແປງທີ່ສັງເກດໄດ້ຂອງລະບົບພູມອາກາດດັ່ງກ່າວ ໂດຍສະເພາະໃນຊັ້ນບັນຍາກາດ.
ຄຳສັບທີ່ກ່ຽວຂ້ອງ: ແຫຼ່ງເກັບກັກ