ແອນໂທຣໂປຊີນ
ຊື່ທີ່ສະເໜີໂດຍສ່ວນໜຶ່ງຂອງຊຸມຊົນວິທະຍາສາດເພື່ອກຳນົດຍຸກໃໝ່ໃນປະຫວັດສາດທໍລະນີຂອງໂລກ, ທີ່ມີລັກສະນະເດັ່ນຄືຜົນກະທົບທົ່ວໂລກຈາກກິດຈະກຳຂອງມະນຸດ. ໃນຂະນະທີ່ລໍຖ້າຄະນະກຳມາທິການສາກົນທີ່ກ່ຽວຂ້ອງອະນຸມັດຂໍ້ສະເໜີນັ້ນ ແລະ ໃຫ້ມັນໄດ້ຮັບສະຖານະທາງການ, ໃນປັດຈຸບັນ ໃນທາງທໍລະນີວິທະຍາ ຍຸກລ່າສຸດຂອງຍຸກຄວອເທີນາຣີປັດຈຸບັນແມ່ນໂຮໂລຊີນ.