ເຣດອນ
ແກັສຢື່ອຍ (ແກັສມີສະກຸນ) ທີ່ມີລັກສະນະກັມມັນຕະພາບລັງສີ ມີຢູ່ໃນບັນຍາກາດໃນຄວາມເຂັ້ມຂຸ້ນຕ່ຳ ເຊິ່ງມີຫຼາຍທີ່ສຸດໃກ້ພື້ນດິນ ໃນບໍລິເວນທີ່ມີວັດຖຸຫີນ ເຊັ່ນຫີນແກຣນິດ ທີ່ປ່ອຍມັນອອກສູ່ອາກາດ ເນື່ອງຈາກການເສື່ອມສະຫຼາຍຂອງເຣດຽມ ເຊິ່ງເປັນທາດທີ່ມີກັມມັນຕະພາບລັງສີສູງ. ເຣດອນເປັນແກັສທີ່ບໍ່ມີສີ ແລະ ບໍ່ມີກິ່ນ ມີມວນອະຕອມ 222 ແລະ ສັນຍາລັກທາງເຄມີແມ່ນ Rn. ມັນເປັນສາເຫດຂອງການແຕກຕົວເປັນໄອອອນຂອງອາກາດສ່ວນໜຶ່ງທີ່ເກີດຂຶ້ນໃກ້ພື້ນດິນ ເນື່ອງຈາກການປ່ອຍອະນຸພາກແອວຟາ (ພະລັງງານສູງຫຼາຍ) ຈາກການເສື່ອມສະຫຼາຍຂອງມັນ.