ພາຍຸເຮີຣິເຄນ
ຊື່ທີ່ນິຍົມເອີ້ນພາຍຸໄຊໂຄລນເຂດຮ້ອນ. ໃນສັບທາງອຸຕຸນິຍົມວິທະຍາຢ່າງເປັນທາງການ ຊື່ນີ້ໃຊ້ສະເພາະກັບພາຍຸໄຊໂຄລນເຂດຮ້ອນທີ່ມີແກນອຸ່ນ ເຊິ່ງກໍ່ຕົວຢູ່ເທິງມະຫາສະໝຸດແອັດແລນຕິກເໜືອ, ອ່າວເມັກຊິໂກ ແລະ ສ່ວນຕາເວັນອອກຂອງມະຫາສະໝຸດປາຊີຟິກເໜືອ. ໃນມາດຕາສະເກລຊັຟຟີຣ-ຊິມສັນ (Saffir-Simpson) ຊື່ທົ່ວໄປນີ້ໃຊ້ກັບແຕ່ລະຫ້າຫມວດທີ່ພາຍຸໄຊໂຄລນເຂດຮ້ອນຖືກຈັດປະເພດ ຕາມຄວາມຮຸນແຮງ. ໃນຫມວດຕ່ຳສຸດ - ຫມວດ 1 - ລົມຕໍ່ເນື່ອງມີຄວາມໄວຕ່ຳສຸດ 119 km/h ເຊິ່ງກຳນົດເກນທີ່ພາຍຸໂຊນຮ້ອນກາຍເປັນເຮີຣິເຄນ. ສະເພາະເມື່ອສູງກວ່າ ຫຼື ເທົ່າກັບເກນນັ້ນ ຈຶ່ງສາມາດເອີ້ນລົມວ່າລົມລະດັບເຮີຣິເຄນໄດ້ຢ່າງຖືກຕ້ອງ. ລະດູເຮີຣິເຄນຢ່າງເປັນທາງການເລີ່ມວັນທີ 1 ມິຖຸນາ ຂອງທຸກປີ ແລະ ສິ້ນສຸດວັນທີ 30 ພະຈິກ.
ຄຳສັບທີ່ກ່ຽວຂ້ອງ: ພາຍຸໝູນເຂດຮ້ອນ, ຕາຂອງພາຍຸເຮີຣິເຄນ