ໝອກປຽກ / ໝອກຊຸ່ມຊຶມ

ວິທີເອີ້ນແບບພາສາປາກ ແລະ ມີຄວາມໝາຍເຖິງໝອກທີ່ເຮັດໃຫ້ປຽກ. ເມື່ອໝອກໜາແໜ້ນເປັນພິເສດ ການຊຸມກັນລະຫວ່າງຢອດນ້ຳຈະເກີດຂຶ້ນເລື້ອຍກວ່າ ຢອດນ້ຳຈຳນວນຫຼາຍລວມຕົວກັນ ແລະ ກໍ່ໃຫ້ເກີດຢອດທີ່ໃຫຍ່ຂຶ້ນ ເຖິງຢ່າງໃດກໍຕາມຍັງນ້ອຍກວ່າຢອດຝົນລະອອງ. ເມື່ອຢອດເຫຼົ່ານັ້ນສຳຜັດກັບພື້ນດິນ ແລະ ສິ່ງອື່ນໆທີ່ຢູ່ກາງແຈ້ງ ມັນຈະເຮັດໃຫ້ສິ່ງນັ້ນປຽກຊຸ່ມຄືກັບວ່າຝົນຕົກ ໂດຍສ້າງເປັນຊັ້ນບາງໆຂອງຢອດນ້ອຍໆເຫຼົ່ານັ້ນ. ເມື່ອຍ່າງຜ່ານໝອກແບບນີ້ ຈະຮູ້ສຶກໄດ້ເຖິງການກະທົບເບົາໆຂອງຢອດນ້ຳໃສ່ໜ້າ.