ຄາລວັສ (cal)

ໜຶ່ງໃນສອງຊະນິດ (species) ທີ່ເມກສະກຸນ Cumulonimbus (Cb) ສາມາດມີໄດ້ - ອີກຊະນິດແມ່ນ capillatus (cap). ມີລັກສະນະເປັນຮູບຮ່າງພາຍນອກທີ່ເບິ່ງຄືກຽບລຽບ, ສີຂາວ, ບໍ່ມີສ່ວນນູນເດັ່ນ ຫຼື “ຜົມ” ເມກຮູບຂົນນົກ (cirriform) ຢູ່ສ່ວນເທິງຂອງເມກດັ່ງກ່າວ. ຄຳລາຕິນນັ້ນໝາຍເຖິງຫົວລ້ານ, ເປືອຍເປົ່າ ຫຼື ໂລ້ນ. ຄາລວັສຄູມູໂລນິມບັສ (Calvus cumulonimbi) ປົກກະຕິບໍ່ຂຶ້ນເຖິງຊັ້ນໂທຣໂປໂພສ, ເຊິ່ງໃນກໍລະນີນັ້ນ ລົມແຮງທີ່ພັດຢູ່ຈາກລະດັບບັນຍາກາດນັ້ນຂຶ້ນໄປຈະເຮັດໃຫ້ຍອດເມກຜິດຮູບ ແລະ ມີຮູບຮ່າງເປັນທັງຂັ້ນຮ່ານຕີເຫຼັກ (anvil) ທີ່ເປັນເອກະລັກ (Cb incus).